exercisesComparative adjectives

Comparative adjectives

ໃນບົດສົນທະນາປະຈຳວັນ, ເຮົາມັກປຽບທຽບ ຄົນ ສະຖານທີ ແລະ ສິ່ງຕ່າງໆ ເພື່ອເວົ້າເຖິງສິ່ງທີ່ມັກກວ່າ ຫຼື ຄວາມແຕກຕ່າງ. ຢູ່ບ່ອນເຮັດວຽກເຮົາກໍ່ເວົ້າເຖິງການປຽບທຽບຂອງ ຜະລິດຕະພັນ, ການບໍລິການ ແລະ ບໍລິສັດ. ທ່ານຢາກສາມາດສື່ສານແບບນັັນເປັນພາສາອັງກິດບໍ່. ທ່ານສາມາດສື່ສານອອກມາແບບຫຼາຍວິທີເປັນພາສາອັງກິດ.

ເວລາເຮົາຢາກເວົ້າເຖິງຄວາມແຕກຕ່າງ, ເຮົາສາມາເວົ້າໄດ້ວ່າ ຜູ້ນີ້ດີກວ່າອີກຄົນ ຫຼື ດ້ອຍກວ່າ ຫຼື ເທົ່າກັນ. ວິທີທີ່ປຽບທຽບດີທີ່ສຸດແມ່ນ comparative adjectives ທີ່ບອກຄວາມແຕກຕ່າງທີ່ເໜືອກວ່າ. Adjectives ເລົ່ານີ້ ມີຢູ່ສາມແບບ ຂຶ້ນກັບຄວາມຍາວຂອງ ຄຳນັ້ນ:

  • Adjectives ຍາວ (ສອງຄຳຂຶ້ນໄປ) ໃຫ້ເພີ່ມ more ຕໍ່ໜ້າ adjective. ເຊັ່ນ,

My current job is more challenging than my last one.

Which of these two products was more successful last year?

It’s more expensive to relocate the offices in the city but it’s more convenient.

  • Adjectives ສັ້ນ (ໜຶ່ງຄຳເທົ່ານັ້ນ) – ໃຫ້ເພີ່ມer ໃສ່ adjective. ເຊັ່ນ,

The sales team is working much harder this month. They’re doing a great job!

Our profit is higher too.

Is it quicker to send the goods by air or by sea?

ກໍລະນີພິເສດ!

ເວລາສອງອັກສອນສຸດທ້າຍ ຂອງ adjective ເປັນ ສະຫລະ ແລະ ພະຍັນຊະນະ, ເຮົາຈະ double ພະຍັນຊະນະ ສຸດທ້າຍ. ເຊັ່ນ:

big – bigger

fat – fatter

  • Adjectives ທີ່ມີສອງຄຳແລະລົງທ້າຍດ້ວຍ -y , ເຮົາປ່ຽນ -y ມາເປັນ -i ແລະ ເພີ່ມ -er. ເຊັ່ນ:

It’s easier to set up a meeting online than in person.

This package is heavier than that one.

The customer service operators are busier in the morning than in the afternoon.

ການໃຊ້ ‘less’

ການສະແດງຄວາມຄິດເຫັນກົງກັນຂ້າມ ກ່ຽວກັບຄົນ ຫຼື ສິ່ງຂອງ ທີ່ມີຄຸນນະສົມບັດນ້ອຍກວ່າ, ເຮົາຈະໃຊ້ ‘less’ ຕໍ່ໜ້າ adjectives. ເຊັ່ນ:

He seems less motivated than he was in the past.

Their brand is less famous in Asia than in Europe.

Is the organization less wealthy than it used to be?

ການໃຊ້ ‘than’

ກັບທຸກການປຽບທຽບ, ເຮົາສາມາດໃຊ້ ‘than’ ຕໍ່ໜ້າ ຄົນ ຫຼື ສິ່ງຂອງ. ເຊັ່ນ:

Our new warehouse is bigger than our old one.

In my opinion, local projects are less interesting than international ones.

ແຕ່ຖ້າເຮົາບໍ່ໄດ້ເອີ່ຍເຖິງອີກບຸກຄົນ ຫຼື ສິ່ງຂອງ, ບໍ່ຈຳເປັນໃສ່ ‘than’. ເຊັ່ນ:

Our new warehouse is bigger.

In my opinion, local projects are less interesting.

ການປຽບກໍລະນີພິເສດ

ມັນຈະມີ ຂອງ ການ ປຽບທຽບ ແລະບໍ່ໄປຕາມກົດ.

  • Good – better

Your design looks better than mine. Let’s use that.

  • Bad – worse

Forgetting a meeting is worse than arriving late.

  • Far – further

Some customers pay more for the delivery because they are located further away than others.

  • Fun – more fun

Working in a team is more fun than working alone.

ການໃຊ້  ‘much’

ໃນການເນັ້ນ ການປຽບທຽບຫໃຫ້ຫຼາຍຂຶ້ນ, ເຮົາສາມາເພີ່ມ ຄຳວ່າ ‘much’. ເຮົາເອົາໃສ່ຕໍ່ໜ້າ comparative adjective. ເຊັ່ນ:

The new software system is much easier to use than the old one.

Using a local supplier is much quicker than using a foreign supplier.

I find visiting customers much more interesting than staying in the office.

Is it much less expensive to order goods in bulk?

ການເວົ້າເຖິງ ຄວາມເທົ່າທຽມ ຫຼື ບໍ່ເທົ່າທຽມ

ເວລາເຮົາປຽບທຽບ ສອງຄົນ ຫຼື ສອງສິ່ງ ທີ່ຄືກັນຫຼືບໍ່ຄືກັນກໍ່ຕາມ, ເຮົາຈະໃຊ້ as + adjective + as. ເຊັ່ນ:

The E68 model is as efficient as the E69 model. (They are equally efficient.)

The new CEO is not as experienced as the previous CEO. (They are not equally experienced.)

ການສາມາດ ໃຊ້ການປຽບທຽບ ເປັນພາສາອັງກິດ ເປັນທັກສະທີ່ສຳຄັນຢູ່ບ່ອນເຮັດວຽກ. ຝຶກຫັດດຽວນີ້ເລີຍກັບ quiz.

 

ບົດຝຶກຫັດເພີ່ມ
Demonstrative adjectives

ສິ່ງສຳຄັນທີ່ສຸດໃນ ຄຳ ພາສາອັງກິດ ແມ່ນເຮົາຕ້ອງຮູ້ວ່າມັນມີປະໂຫຍດແນວໃດ ແລະ ຍ້ອນຫຍັງ?

ຄວາມໝາຍທີ່ຫຼາກຫຼາຍຂອງ of Used to

ທ່ານຮູ້ບໍ່ວ່າ ‘used to’ ມີສອງຄວາມໝາຍທີ່ແຕກຕ່າງກັນ? ອ່ານຕໍ່ເພື່ອຮຽນເພີ່ມເຕີມ ແລະ ຮູ້ວິທີໃຊ້.