exercisesຄຳກິລຣິຍາວິເສດ ຂອງ ວຶທີການ - Adverbs of manner

ຄຳກິລຣິຍາວິເສດ ຂອງ ວຶທີການ - Adverbs of manner

ເຮົາສາມາໃຊ້ຄຳຄຳກິລຣິຍາວິເສດໄດ້ຫຼາຍແບບ, ການບັນຍາຍ ວ່າເຮົາເຮັດສິ່ງໜຶ່ງດຸຫຼືບໍ່ ຈົນໄປເຖິງ ການອາທິບາຍ ເຮົາເຮັດສິ່ງນັ້ນຢູ່ໃສ. ແລະ ຄຳກິລຣິຍາວິເສດ ຂອງວິທີການແມ່ນຫຍັງ? ມີໃຊ້ໃນກໍລະນີໃດ? ແລະ ໃຊ້ແບບໃດ? ອ່ານເພີ່ມເຕີມ

ຄຳກິລຣິຍາວິເສດແມ່ນຫຍັງ?

ຄຳກິລຣິຍາວິເສດເປັນຄຳທີ່ບັນຍາຍ ວິທີການ, ສະຖານທີ່, ຄວາມຖີ່ ຂອງການກະທຳ (ຫຼືຄຳກິລິຢາ). ຢ່າງເຊັ່ນ:

ຄຳກິລຣິຍາວິເສດຂອງວິທີການ

ຄຳກິລຣິຍາວິເສດຂອງວິທີການອາທິບາຍເຖິງ ວິທີການທີ່ເຮົາລົງມືເຮັດ. ເຊັ່ນ:

  • They dress elegantly.
  • Some elderly people drive slowly.
  • She works very hard.

ຄຳກິລຣິຍາວິເສດ ຈະຊ່ວຍໃນການອາທິບາຍລາຍລະອຽດເພີ່ມເຕີມ, ເຮັດໃຫ້ການບັນຍາຍຂອງເຮົາໜ້າສົນໃຈຂຶ້ນ ສຳລັບຜູ້ຟັງ ແລະ ຜູ້ອ່ານ.

ນຳໃຊ້ກິລຣິຍາວິເສດຂອງວິທີການຈັ່ງໃດ

ເພື່ອສ້າງກິລຣິຍາວິເສດຂອງວິທີການ, ເຮົາຈະເພີ່ມ -ly ໃສ່ຄົນສັບ. ເຊັ່ນ:

  • quick – quickly
  • careful – carefully
  • gentle – gently

ຖ້າຄົນສັບ ລົງທ້າຍດ້ວຍ -y ເຮົາຈະປ່ຽນຈາກ -y ມາເປັນ -i ແລະ ເພີ່ມ -ly. ເຊັ່ນ:

  • happy – happily
  • greedy – greedily
  • easy – easily

ແຕ່ຈະມີກໍລະນີ ພິເສດ:

  • good – well
  • hard – hard
  • fast – fast
  • late – late
  • straight – straight
  • high – high

ຕົວຢ່າງເຊັ່ນ:

  • You speak English fluently.
  • I slept badly last night.
  • The children did really well in their test.
  • He worked hard and got a promotion.
  • The nurse picked up the baby gently.
  • Try to do it carefully so we don’t have to redo it.
  • A car suddenly came round the corner and nearly hit us!
  • Julie tearfully said goodbye to her boyfriend.
  • Go straight down this road then turn left.
  • I hate getting up late.
  • My brother drives very fast and aggressively.
  • Kids, try to do your homework quietly, please.
  • She dresses very elegantly, doesn’t she?
  • Shall I close the lid tightly?
  • It rained heavily all through the night.

ເອົາກິລຣິຍາວິເສດຂອງວິທີການ ໄປໃສ່ບ່ອນໃດຂອງປະໂຫຍກ:

ໃນຫຼາຍໆກໍລະນີ, adverbs of manner ຈະມາຫຼັງ verb . ເຊັ່ນ,

  • We dress casually on Fridays.
  • Athletes run very fast.
  • The students are listening attentively.

ບາງເທື່ອ, adverbs ຈະຖືກໃສ່ກ່ອນ verb ເພື່ອ ຂະຫຍາຍຄວາມໝາຍ. ເຊັ່ນ:

  • She hurriedly opened the present.
  • They sadly left before we arrived.
  • I quickly ran to the shops.

ຖ້າມີ ສອງ verbs ໃນປະໂຫຍກດຽວ, ທີ່ຕັ້ງຂອງ adverb ຈະປ່ຽນຄວາມໝາຍໄປເລີຍ. ເຊັ່ນ,

  • They accepted the offer immediately and moved out.
  • They accepted the offer and moved out immediately.

ໃນປະໂຫຍກທຳອິດ, ‘immediately’ ຈະກ່ຽວຂ້ອງກັບ verb ທຳອິດ, ແລະ ‘immediately’ ທີ່ ສອງຈະກ່ຽວກັບ actions ທັ້ງສອງ.

ຕາມທີ່ທ່ານເຫັນຕົວຢ່າງນີ້, ເຮົາບໍ່ສາມາດແຍກ verb ຈາກ object ມັນໄດ້. ເຊັ່ນ,

  • They accepted the offer immediately.

NOT

  • They accepted immediately the offer.

Adjective or adverb?

ເຮົາໃຊ້ adjective ເພື່ອບັນຍາຍຄຳນາມ  ແລະ adverb ບັນຍາຍ verb. ເພາະສະນັ້ນ ເຮົາໃຊ້ ກັບ adjective ແມ່ນ verb ‘to be’. ເຊັ່ນ,

  • He’s a fast runner.
  • She’s a careful driver.

ແລະ ເຮົາປ່ຽນສອງ ປະໂຫຍກນນີ້ເພື່ອໃຊ້ verb ແທນ noun ແລະໄດ້ກາຍມາເປັນ:

  • He runs fast.
  • She drives carefully.

Verbs ທີ່ ສາມາດໃຊ້ກັບ adjectives ແທນ adverbs ແມ່ນ look, sound, smell, and seem. ເຮົາໃຊ້ verbsເພື່ອ ບັນຍາຍສິ່ງທີ່ເຮົາ ເຫັນ, ໄດ້ກິ່ນ ຫຼື ໄດ້ຍິນ. ເຊັ່ນ:

  • You look tired. – From what I can see you’re tired.
  • It sounds interesting. – From what I hear you’re tired.
  • It smells delicious. – From the smell I can understand it’s very good.
  • They seem bored. – From their appearance I think they’re bored.

Adverbs of manner ຈະຊ່ວຍໃຫ້ເຮົາເຂົ້າໃຈລາຍລະອຽດ ຂອງການລົງມືເຮັດ ແລະ ສະແດງອອກຫຼາຍຂຶ້ນ. ຈົງສັງເກດເວລາຄົນໃຊ້ມັນ ແລະ ເຮົາເອງລອງເອົາມາໃຊ້ເບີ່ງ.

ທ່ານພ້ອມທີ່ຈະຝຶກເບີ່ງບໍ? ລອງ ຕອບຄຳຖາມຫຼິ້ນໃນໂພສນີ້.

ບົດຝຶກຫັດເພີ່ມ
ຄຳກິລຣິຍາວິເສດ ຂອງ ສະຖານທີ - Adverbs of place

ຄຳກິລຣິຍາວິເສດ ຂອງ ສະຖານທີແມ່ນຫຍັງ ແລະ ໃຊ້ຈັ່ງໃດ? ອ່ານເພີ່ມເຕີມໃນກະທູ້ນີ້ ກ່ຽວກັບການອ່ານພາສາອັງກິດ.

Demonstrative adjectives

ສິ່ງສຳຄັນທີ່ສຸດໃນ ຄຳ ພາສາອັງກິດ ແມ່ນເຮົາຕ້ອງຮູ້ວ່າມັນມີປະໂຫຍດແນວໃດ ແລະ ຍ້ອນຫຍັງ?