ການຮັບປະກັນການຮຽນຮູ້ທີ່ເປັນເອກະລັກ: Wall Street English ສອດຄ່ອງກັບມາດຕະຖານທົ່ວໂລກ

Feb 18, 2020

ຮັບປະກັນ ຄຸນນະພາບ ໃນແບບໃໝ່

ຜູ້ທີ່ກຳລັງຮຽນຢູ່ຈະຮູ້ແນວໃດວ່າຕົນຈະໄດ້ຮັບຄຸນຄ່າຄຸ້ມ ກັບສິ່ງທີ່ຈ່າຍໄປ. ຄຸນນະພາບ ແລະ ປະສິດຕິຜົນ ໝາຍເຖິງຫຍັງ ໃນການຮຽນພາສາອັງກິດ. (ມັນລາບກວ່າການ ຮຽນໃນຫ້ອງທີ່ມີອຸປະກອນການຮຽນຄົບ ແລະ ພະນັກງານຕ້ອນຮັບທີ່ຍິ້ມແຍ້ມ, ທຸກສິ່ງທຸກຢ່າງສຳຄັນ.

Wall Street English ໄດເຮັດການຄົ້ນຄວ້າ  ກ່ຽວກັບການຮຽນການສອນທີ່ຮັບປະກັນຄຸນນະພາບ ທີ່ບໍ່ເຄົຍມີມາກ່ອນໃຫ້ກັບຄົນຮ່ຳຮຽນ. ການຮັບປະກັນນີ້ເປັນແນວໃດ ແລະ ເປັນຫຍັງຈຶ້ງສຳຄັນສຳລັບນັກຮຽນ?

ສ້າງມາດຕະຖານ

ການນຳໃຊ້ມາດຕະຖານສາກົນໃນການວັດແທກຕ່າງໆ ໄດ້ຖືກເຜີຍແຜ່ໄປນຳໃຊ້ທົ່ວໂລກ ໂດຍສະເພາະຕັ້ງແຕ່ ຕອນເລີ່ມໃຊ້ການແທກດ້ວຍແມັດ ຂອງປະເທດຝລັ່ງເສດ ມາດົນກວ່າ 200  ປີ. ແລ້ວສຳລັບພາສາອັງກິິດ, ການວັດແທກໃດຖືກນຳເອົາມາໃຫ້ເປັນການວັດແທກມາດຕະຖານ ຂອງ ທັກສະຂອງພາສາອັງກິດ?

 

ຫຼາຍປີຜ່ານມາ ຄົນມັກຈະໃຊ້ຄຳວ່າ ‘Beginner’ ຫຼື ‘Advanced’. ແຕ່ຄຳເລົ່ານີ້ ມີຄວາມໝາຍກວ້າງເກີນໄປ ເວລາເອົາມາປຽບທຽບຫຼັກສູດຮຽນຕ່າງໆ ຫຼື ເວລາຕ້ອງປະເມີນລະດັບຂອງທະສັກຂອງພາສາ. ຕໍ່ໆມາ ເລີ່ມໃຊ້ ການສອບເສັງເຊັ່ນ Cambridge First, TOEFL ແລະ TOEIC ແລະ ເຮົາບໍ່ສາມາດເອົາແຕ່ລະການສອບເສັງມາປຽບທຽບກັນໄດ້ ເພາະ ວ່າ ແຕ່ລະອັນ ປະເມີນທັກສະບໍ່ຄືກັນ ແລະ ມີການວັດແທກບໍ້ຄຶກັນ.

 

ໃນປີ 2001, ສະພາ ເອີຣົບ ໄດ້ສ້າງມາດຕະຖານການວັດລະດັບພາສາອັງກິດຂຶ້ນ ເອີ້ນວ່າ Common European Framework (CEFR) ທີ່ມີ 6 ລະດັບຕັ້ງແຕ່ A1 ເຖິງ C2. ຕັ້ງແຕ່ນັ້ນມາ CEFR ໄດ້ກາຍເປັນມາດຕະຖານໂລກ ແລະ ບັນດາສະຖາບັນ ຫຼື ໂຮງຮຽນສອນພາສາອັງກິດ (ລວມເຖິງ Wall Street English ນຳ) ໄດ້ນຳໃຊ້ມາດຕະຖານນີ້ໃນການບອກລະດັບຂອງ ຫ້ອງຮຽນຕ່າງໆ.

 

 

ການທີ່ຫຼັກສູດໜຶ່ງມີຢ່າງເຊັ່ນ ລະດັບ B1 (ລະດັບກາງ ໃນ CEFR) ໝາຍຖຶງຫຍັງ ? ແນ່ນອນ ບໍ່ມີພຽງແຕ່ ເນື້ອຫາຂອງຫຼັກສູດ ຫຼື ປຶ້ມຄູ່ມື ທີ່ມີເນື້ອຫາຕົງກັບ ລະດັບ B1, ແຕ່ນັກຮຽນຕ້ອງຮຽນຈົບຫຼັກສູດ ແລະ ໄດ້ຖືກປະເມີນວ່າ ສາມາດນຳໃຊ້ເຂົ້າໃຈ ພາສາໃນລະດັບນັ້ນໆໄດ້ແທ້. ທາງ Wall Street English ໄດ້ຄົ້ນຄ້ວາເລື່ອງນີ້ເພື່ອເພື່ອ ໃຫ້ໝັ້ນໃຈວ່ານັກຮຽນໄດ້ລະດັບນັ້ນໄປແທ້ໆ.

ການພິສູດວ່າພັດທະນາຂອງ ນັກຮຽນ

Wall Street English ຈະຕິດຕາມຢ່າງໃກ້ຊິດ ຂໍ້ມູນການຮຽນ ແລະ ການພັດທະນາ ຂອງແຕ່ລ່ະນັກຮຽນ. ແລະທີ່ສຳຄັນ ການປະເມີນລະດັບພາສາອັງກິດຂອງນັກຮຽນ ໃຫ້ອອກມາແບບ ແມ້ນ ແລະ ຕົງກັບຄວາມເປັນຈິງທີ່ສຸດຂອງການພັດທະນາທັກສະພາສາຂອງນັກຮຽນ ຂຶ້ນກັບ ການ ສອບເສັງທີ່ມີຄຸນນະພາບສູງ. ແລະ ຜົນຂອງການສອບເສັງຕ້ອງຖືກກວດສອບຈາກ ພາກສ່ວນທີ່ບໍ່ກ່ຽວຂ້ອງ ເປັນກາງ. ແລະ ພວກເຮົາໄດ້ສ້າງສິ່ງນັ້ນຂຶ້ນມາ ແລະ ນັກຄົ້ນຄວ້າຊ່ຽວຊານຂອງເຮົາ ໄດ້ໃຊ້ ການເສັງວັດການພັດທະນາ ຂອງ Pearson ‘Progress’ test ເພື່ອປະເມີນລະດັບພາສາ ຂອງ 1,600 ຄົນຜູ້ໃຫຍ່ ຈາກ 11 ປະເທດ. ຜົນອອກມາແມ່ນໄດ້ຖືກກວດສອບໂດຍ ນັກຈິດຕະສາດ ແລະ ນັກຄົ້ນຄ້ວາທີ່ຊ່ຽວຊານດ້ານການສຶກສາ Dr. William Lorié.

  

Dr Lorié ຈະປຽບທຽບສອງ ຄະແນນ ຂອງແຕ່ລະນັກຮຽນ: ຄະແນນແທ້ຂອງເຂົາ ຂອງ ‘Progress’ test ແລະ ຄະແນນທີ່ຄາດຄະເນວ່າຈະໄດ້ໃນມາດຕະຖານຂອງ Wall Street English. ເລົາໄດ້ເຫັນວ່າ ມີການເຊື່ອມໂຍງຕົງກັນໄດ້ສູງສຳລັບ 10 ລະດັບທຳອິດ (ຮອດທ້າຍ A2 ຂອງ CEFR) ແລະ ການເຊື່ອມໂຍງຕົງກັນໄດ້ດີສຳລັບ 10 ຈົນ ຮອດ 14 (ທ້າຍຂອງ B1). Wall Street English ໄດ້ພິສູດໄດ້ແລ້ວວ່າ ໄປຕາມທີ່ປະກາດໄວ້: ນັກຮຽນທີ່ຈົບຫຼັກສູດ ລະດັບ A2 ສາມາດໃຊ້ພາສາອັງກິດໃນລະດັບ A2 ຢ່າງແທ້ຈິງ, ແລະ ນັດຮຽນທີ່ຮຽນຈົບຫຼັກສູດ B1 ສາມາດໃຊ້ພາສາໄດ້ໃນລະດັບ B1. ປະມານ 90% ຂອວນັກຮຽນ Wall Street English ກຳລັງຮຽນປະຈຸບັນຢູ່ ລະດັບ 1 ຫາ 14 (ຈົນຮອດທ້າຍລະດັບ B1). ເຮົາບໍ່ມີນັກຮຽນທີ່ໄດ້ລະດັບ 15 ຫຼື ສູງກວ່າຫັ້ນ ທີ່ພຽງພໍເພື່ອສະຫຼຸບການຄົ້ນຄ້ວາ ການວັດລະດັບຂອງ ລະດັບນີ້. ແຕ່ກໍ່ຍັງຈະມີແຜນຄົ້ນຄ້ວາຕື່ມໃນອະນາຄົດ.

ການຮຽນທີ່ເປັນເອກະລັກ ແລະ ຮັບປະກັນ

ເວລານັກຮຽນສະໝັກຮຽນພາສາອັງກິດ ເປັນການລົງທຶນ ທັ້ງ ເວລາ ແລະ ເງິນ. ເພາະຊະນັ້ນ ສະຖາບັນທີ່ມີຄວາມຮັບຜິດຊອບຄວນທີ່ຈະພິສູດໃຫ້ເຫັນວ່າຜູ້ທີ່ສະໝັກຮຽນ ແລະ ລົງທຶນນີ້ໄດ້ຮັບການຕອບແທນແບບເຫັນຜົນແທ້. ລະບົບການຮຽນ ຂອງ Wall Street English ປະສົມປະສານ ລະບົບຮຽນອອນລາຍ ແລະ ຮຽນໃນຫ້ອງ ແລະ ອຳນວຍຄວາມສະດວກໃຫ້ກັບນັກຮຽນ ແລະ ມີອາຈານທີ່ມີການສອນຄຸນນະພາບສູງ ມາຕິດຕາມການຮຽນ ການພັດທະນາຂອງນັກຮຽນ ເພື່ອຮັບປະກັນການຍົກລະດັບຂອງເຂົາ. ນັກຮຽນຂອງ Wall Street English ຮັບຮອງໃຈໄດ້ເລີຍວ່າ ລະບົບການຮຽນນີ້ ແລະ ຫຼັກສູດໄດ້ຖືກພິສູດຄວາມຮັບປະກັນມາກວ່າ 50 ປີ. ແລະ ດຽວນີ້ ມີສູນຄົ້ນຄວ້າທີ່ເປັນເອກະລາດ ແລະ ທີ່ໜ້າເຊື່ອຖື ມາຢືນຢັນຕື່ນອີກວ່ານັກຮຽນໄດ້ເຂົ້າເຖິງລະດັບນັ້ນໆຢ່າງແທ້ຈິງ ແລະ ລະດັບຂອງເຂົາສາມາດເອົາໄປທຽບກັບມາກຕະຖານສາກົນໄດ້ເລີຍ. ເທົ່າທີ່ພວກເຮົາຮູ້, ຍັງບໍ່ມີລະບົບການຮຽນໃດ ທີ່ສາມາດພິສູດ ການວັດລະດັບໄດ້ແບບເປັນກາງໄດ້ເທົ່ານີ້ມາກ່ອນ.

 

ດາວໂຫຼດ ສະບັບລາຍງານແບບເຕັມໄດ້ທີ່ນີ້: