ວິທີຂຽນອີເມວທາງການເປັນພາສາອັງກິດ

Aug 19, 2019

ບົດຄວາມນີ້ ຈະຊ່ວຍໃຫ້ທ່ານສື່ສານໄດ້ດີຂຶ້ນ ແລະ ຂຽນອີເມວທາງການເປັນພາສາອັງກິດໄດ້.

ອີເມວເປັນວິທີການສື່ສານທີ່ໃຊ້ກັນຫຼາຍທີ່ສຸດໃນໂລກ ເພາະການຂຽນອີເມວ ວ່ອງໄວ, ທັນທີ ແລະ ຊ່ວຍໃຫ້ທ່ານສາມາດໂຕ້ຕອບທຸລະກິດທຸກປະເພດທັງຂອບເຂດພາຍໃນ ແລະ ພາຍນອກ. ນອກຈາກ ໃນບ່ອນເຮັດວຽກ ການຂຽນອີເມວທາງການເປັນພາສາອັງກິດໃຫ້ຖືກຕ້ອງ ຕ້ອງໃຊ້ທັກສະບາງຢ່າງ ແລະ ໃນຖານະທີ່ເປັນມືອາຊີບ ຈຶ່ງຈຳເປັນຢ່າງຍິ່ງທີ່ຈະບໍ່ເຮັດຜິດພາດ ເພື່ອສ້າງຄວາມປະທັບໃຈທີ່ດີໃຫ້ກັບຕົວທ່ານເອງ ແລະ ບໍລິສັດຂອງທ່ານ.

ໃນບົດຄວາມນີ້ທ່ານຈະໄດ້ພົບ:

  • ຫຼັກການ ການຂຽນອີເມວແບບທາງການເປັນພາສາອັງກິດ
  • ນຳໃຊ້ຮູບແບບທີ່ຖືກຕ້ອງ
  • ຕົວຢ່າງໃນການຂຽນອີເມວເປັນພາສາອັງກິດ

 

ຫຼັກການການຂຽນອີເມວແບບທາງການເປັນພາສາອັງກິດ

ຖ້າຕ້ອງການຂຽນອີເມວເປັນພາສາອັງກິດຢ່າງຖືກວິທີ, ບໍ່ຟ້າວຂຽນເທື່ອ ໂດຍທີ່ບໍ່ທັນໄດ້ກະກຽມກ່ອນ! ອ່ານຄຳແນະນຳຕໍ່ໄປນີ້ ເພື່ອຫຼີກລ່ຽງຂໍ້ຜິດພາດທີ່ຈະເປັນອຸປະສັກຕໍ່ຄວາມສຳເລັດໃນການຂຽນອີເມວ ນັບຕັ້ງແຕ່ ໄດ້ຮັບອີເມວ.

ຫົວເລື່ອງ

ຫົວເລື່ອງ ຄືຂໍ້ມູນທຳອິດທີ່ຜູ້ຮັບອີເມວເຫັນ ແລະ ຖ້າຂຽນບໍ່ຖືກຕ້ອງ ຫຼື ບໍ່ຊັດເຈນ ກໍ່ອາດເຮັດໃຫ້ຜູ້ອ່ານລຶບໄດ້ ຕັ້ງແຕ່ບໍ່ທັນເປີດອີເມວເລີຍ! ສະນັ້ນ, ສິ່ງສຳຄັນຄືຕ້ອງສະແດງຂໍ້ຄວາມທີ່ຊັດເຈນ ແລະ ກະທັດຮັດ ຕັ້ງແຕ່ເລີ່ມຕົ້ນ ໂດຍລະບຸເນື້ອຫາ ຫຼື ເຫດຜົນໃນການຂຽນ ດ້ວຍສອງຫາສາມຄຳ ທີ່ດຶງດູດຄວາມສົນໃຈຂອງຜູ້ຮັບ.

ຮູບແບບ

ພາສາອັງກິດຕ່າງຈາກພາສາອື່ນໆ ບ່ອນວ່າຫຼາຍໆພາສາຕ້ອງໃຊ້ປະໂຫຍກທີ່ຍາວ ແລະ ຊັບຊ້ອນ ໃນການຂຽນແບບທາງການ. ພາສາອັງກິດ ມີຄວາມກະທັດຮັດ ແລະ ນິຍົມໃຊ້ປະໂຫຍກສັ້ນໆ ແລະ ມີໂຄງສ້າງລຽບງ່າຍ. ກວດສອບໃຫ້ແນ່ໃຈວ່າທ່ານແບ່ງເນື້ອໃນອອກເປັນ ສອງ ຫຼື ສາມຫຍໍ້ໜ້າ ຊຶ່ງຈະເຮັດໃຫ້ອ່ານເຫັນປະເດັນສຳຄັນໄດ້ຢ່າງໄວວາ.

ການນຳໃຊ້ພາສາທີ່ສຸພາບ

ເມື່ອທ່ານຂຽນອີເມວເປັນພາສາອັງກິດ ທ່ານບໍ່ພຽງແຕ່ໃຊ້ພາສາອື່ນເທົ່ານັ້ນ ແຕ່ຍັງເຂົ້າໄປສູ່ວັດທະນະທຳອືືື່ນ ທີ່ມີນິໄສແຕກຕ່າງກັນອີກດ້ວຍ. ຊາວແອງໂກລ-ແອກຊອນໂດຍທົ່ວໄປໃຫ້ຄວາມສຳຄັນກັບຮູບແບບທີ່ ສະແດງເຖິງຄວາມສຸພາບ ແລະ ສະແດງຄວາມຂອບໃຈ ເປັນຢ່າງຫຼາຍ. ດັ່ງນັ້ນ, ຢ່າລື່ມຕື່ມຄຳເຫຼົ່ານີ້ດ້ວຍ.

ກວດອີເມວຄືນ

ບໍ່ຄວນສົ່ງອີເມວເປັນພາສາອັງກິດ ໂດຍທີ່ຍັງບໍ່ໄດ້ອ່ານສິ່ງທີ່ທ່ານຂຽນ. ຂໍ້ຜິດພາດທາງໄວຍະກອນ ຫຼື ການພິມຜິດ ເປັນເລື່ອງປົກກະຕິຫຼາຍ ແມ້ແຕ່ໃນພາສາຂອງທ່ານເອງ. ດັ່ງນັ້ນ, ໃນພາສາອັງກິດ ທ່ານຈຶ່ງສາມາດ ເຮັດຜິດພາດໄດ້ງ່າຍຂຶ້ນຫຼາຍ. ການກວດຄືນສິ່ງທີ່ທ່ານຂຽນເປັນຂັ້ນຕອນງ່າຍໆ ທີ່ສາມາດປ້ອງກັນບໍ່ໃຫ້ທ່ານ ເບິ່ງບໍ່ເປັນມືອາຊີບ ແລະ ເໜືອສິ່ງອື່ນໃດ ກໍ່ຄືຄວາມປະໝາດ.

ການລົງລາຍເຊັ່ນ

ຢ່າລື່ມຕັ້ງຄ່າອີເມວຂອງທ່ານ ໃຫ້ລົງທ້າຍດ້ວຍຂໍ້ມູນສຳຄັນທັງໝົດກ່ຽວກັບທ່ານ ລວມເຖິງ:

  • ຊື່ ແລະ ນາມສະກຸນ
  • ຕຳແໜ່ງອາຊີບ
  • ຂໍ້ມູນທີ່ກ່ຽວຂ້ອງກັບບໍລິສັດຂອງທ່ານ (ຊື່, ທີ່ຢູ່..)
  • ລີ້ງເຊື່ອມຕໍ່ຫາເວັບໄຊທ໌ຂອງບໍລິສັດ

ຮູບແບບການຂຽນອີເມວທາງການເປັນພາສາອັງກິດ

  • ຫົວເລື່ອງ
  • ເນື້ອໃນ
  • ສະຫຼຸບ

ຫົວເລື່ອງ

ມີຫຼາກຫຼາຍວິທີໃນການເລີ່ມຕົ້ນອີເມວ  ຂຶ້ນຢູ່ກັບຄວາມສຳພັນທ່ານທີ່ມີຕໍ່ບຸກຄົນທີ່ທ່ານຂຽນເຖິງ ແຕ່ອີເມວໃດໆກໍ່ຕາມຄວນເລີ່ມຕົ້ນດ້ວຍຄຳທັກທາຍສະເໝີ. ໃນກໍລະນີສະເພາະ ການຂຽນອີເມວແບບທາງການ, ທາງເລືອກທີ່ເໝາະສົມທີ່ສຸດໄດ້ແກ່:

  • Dear Mr/Mrs/Ms (ນາມສະກຸນຂອງຜູ້ຮັບ ເຊັ່ນ Mr.Black)
  • Dear Sir/Madam (ຖ້າທ່ານບໍ່ຮູ້ຊື່ຂອງຜູ້ຮັບ) ຫຼື ບຸກຄົນທົ່ວໄປ ສາມາດນຳໃຊ້ ‘To whom it may concern’

ຫຼັງຈາກການທັກທາຍເບື້ອງຕົ້ນ ທ່ານຕ້ອງມີປະໂຫຍກແນະນຳ ເພື່ອລະບຸເຫດຜົນໃນການຂຽນຢ່າຊັດເຈນ ແລະ ສອດຄ່ອງກັບຫົວເລື່ອງຂອງອີເມວ.ແນະນຳຕົນເອງສັ້ນໆ (ຂໍ້ຄວາມຍາວໆ ມັກເຮັດໃຫ້ຄົນບໍ່ອານ), ຈາກນັ້ນກໍ່ຕໍ່ດ້ວຍ:

  • I am writing with regard to… (ຫົວເລື່ອງຂອງອີເມວ)
  • I am writing in connection with… (ຫົວເລື່ອງຂອງອີເມວ)
  • I am writing in reference to…

ຖ້າທ່ານຂຽນອີເມວເພື່ອສົ່ງຂໍ້ມູນ ທ່ານສາມາດເລີ່ມດ້ວຍປະໂຫຍກດັ່ງຕໍ່ໄປນີ້:

  • I am writing to let you know…
  • I am delighted to tell you… (ຖ້າທ່ານກຳລັງແຈ້ງຂ່າວດີ)
  • I regret to inform you that… (ຖ້າທ່ານກຳລັງແຈ້ງຂ່າວບໍ່ດີ)

ຖ້າທ່ານຈະຕອບກັບອີເມວທີ່ໄດ້ຮັບ, ທ່ານສາມາດເວົ້າວ່າ:

  • I am writing in response to…
  • I am writing in reply to…
  • I am writing to thank you for… (ຖ້າທ່ານຕ້ອງການຂອບໃຈຜູ້ຮັບ

ເນື້ອໃນ

ບໍ່ມີສູດຕາຍຕົວ ສຳລັບການຂຽນເນື້ອໃນ ຂຶ້ນກັບສິ່ງທີ່ທ່ານຢາກສື່ສານ. ການກະກຽມຮ່າງເບື້ອງຕົ້ນ ເປັນປະໂຫຍດຫຼາຍ ແລະ ຫຼັງຈາກນັ້ນ ກໍແກ້ໄຂຂໍ້ຜິດພາດຕ່າງໆ.

ຫຼັກການທົ່ວໄປ ເນື້ອໃນຄວນຖືກແບ່ງເປັນຫຍໍ້ໜ້າສັ້ນໆ ເພື່ອຫຼີກລ່ຽງ ການໃຊ້ຄຳຫຍໍ້ ແຕ່ຄຳຫຍໍ້ເຫຼົ່ານີ້ ສາມາດໃຊ້ໄດ້ໃນກໍລະນີທີ່ຂຽນອີເມວເຖິງຄອບຄົວ ແລະ ໝູ່ເພື່ອນ.

ມີຫຼາກຫຼາຍວິທີໃນການຂຽນຄຳເຊື້ອເຊີນກ່ອນຈະສີ້ນສຸດອີເມວ ຊຶ່ງຂຶ້ນປະເພດຂອງຂໍ້ຄວາມທີ່ທ່ານກຳລັງຈະສົ່ງ ເຊັ່ນ:

  • I look forward to hearing from you soon
  • Thank you in advance
  • For further information, please do not hesitate to contact me
  • Please let me know if you have any questions
  • Thanks for your attention

ສະຫຼຸບ

ວິທີສີ້ນສຸດອີເມວ ທີ່ພົບເລື້ອຍທີ່ສຸດຄື:

  • Best regards
  • Kind regards
  • Yours faithfully (if you began the email with ‘Dear Sir/Madam’ because you don’t know the name of the recipient)
  • Yours sincerely (if you began the email with ‘Dear Mr/Mrs/Ms + surname)
  • Regards

ຕົວຢ່າງ ອີເມວທາງການເປັນພາສາອັງກິດ

ມາເບິ່ງວ່າທັງໝົດນີ້ເຮັດວຽກແນວໃດໃນທາງປະຕິບັດ. 

ຕົວຢ່າງ 1: ຄວາມລ້າຊ້າໃນການຈັດສົ່ງຄຳສັ່ງຊື້

 

Subject: Delivery delay

 

Dear Mr Pascal, 

 

We regret to inform you that we will not be able to respect the deadline previously agreed for the delivery of your order. Our supplier has warned us today that they are experiencing supply problems, which will result in a delay in our production chain. We count on your understanding and thank you for your patience. 

 

Please accept our apologies.

 

Best regards,

… 

 

ຕົວຢ່າງ 2: ການຕອບກັບ ປະກາດສະໝັກງານ

 

Subject: Web Content Editor position

 

Dear Sir/Madam, 

 

With reference to your job ad in xxx, I would like to submit my application for the position of Web Content Editor in your company. 

 

I graduated in Communication Sciences at the University of xxx and worked for several years in a Digital Agency as Content Specialist. I believe my skills and experience are in line with the requirements for the job position. I will be glad to introduce myself in an interview, that will allow you to better evaluate my possible recruitment. 

 

Please find attached a copy of my resume. I look forward to hearing from you.

 

Yours faithfully,

 

Example 3: ສົ່ງແຄັດຕາລອກ ສິນຄ້າ

 

Subject: New product catalogue 

 

Dear Ms.Chapman, 

 

Following your request, we have recently sent you our new catalogue. We are convinced that it will enable you to see the quality of our products. Our local agent will contact you soon to arrange a meeting on a day and time that suits you in order to discuss in detail how our products can be of benefit to your company’s needs.

 

For further information, please do not hesitate to contact us. 

 

Yours sincerely, 

 

ຖ້າທ່ານຢາກພັດທະນາພາສາອັງກິດຂອງທ່ານ ແລະ ຂຽນອີເມວໄດ້ດີຂຶ້ນ, ຄົ້້ນຫາຫຼັກສູດພາສາອັງກິດ ທີ່ເໝາະກັບຄວາມຕ້ອງການຂອງທ່ານ.

ບົດຄວາມນີ້ຖືກປັບມາຈາກ ບົດຄວາມຂອງ WSE ປະເທດອີຕາລີ: Come Scrivere Email In Inglese Esempi