Advanced English students

Advanced English course

ຫຼັກສູດພາສາອັງກິດສຳລັບນັກຮຽນລະດັບສູງ ລວມມີ 4 ທັກສະຫຼັກທີ່ຈຳເປັນຕໍ່ການຮຽນຮູ້ພາສາອັງກິດໃຫ້ຊ່ຽວຊານຄື ການຟັງ, ເວົ້າ, ອ່ານ ແລະ ຂຽນ.

Advanced

ເປັນຜູ້ຊ່ຽວຊານໃນພາສາອັງກິດ. ການຈົບລະດັບສູງເຫຼົ່ານີ້ຈະເຮັດໃຫ້ທ່ານມີຄວາມສາມາດ:

  • ການອ່ານ ແລະ ສະຫຼຸບບົດລາຍງານທຸລະກິ
  • ຂຽນຊີວະປະຫວັດ ແລະ ຈົດໝາຍເພື່ອສະໝັກວຽກ
  • ສື່ສານກັບຄົນທີ່ເວົ້າພາສາອັງກິດທົ່ວໂລກ
  • ຮັບມືກັບການເຈລະຈາທຸລະກິດໃນລະດັບສູງ

ເວົ້າໄດ້ຢ່າງຄ່ອງແຄ້ວ

ລະດັບສູງສຸດນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈພາສາອັງກິດຄືກັບຄົນທີ່ເປັນເຈົ້າຂອງພາສາ. ການຈົບລະດັບເຫຼົ່ານີ້ ຈະເຮັດໃຫ້ທ່ານສາມາດ:

  • ພັດທະນາເຄືອຂ່າຍທຸລະກິດ
  • ອ່ານ ແລະ ເຂົ້າໃຈເອກະສານຊັບຊ້ອນ
  • ກະກຽມ ການວິເຄາະສຳລັບວິຊາທີ່ກ່ຽວຂ້ອງກັບທຸລະກິດ
  • ໂຕ້ຕອບຢ່າງເໝາະສົມໃນທຸກສະຖານະການທຸລະກິດ

ທົດສອບລະດັບພາສາອັງກິດຂອງທ່ານ

ວັດລະດັບພາສາອັງກິດຂອງທ່ານກັບບົດທົດສອບພາສາອັງກິດລະດັບສູງ. ຮັບຜົນທົດສອບທາງອີເມວທັນທີ.

ວິທີທີ່ຜ່ານການພິສູດມາແລ້ວ ພ້ອມຮັບປະກັນຜົນລັບ

ວິທີການຂອງພວກເຮົາປະສົມປະສານລະຫວ່າງການສອນໃນຫ້ອງຮຽນ ແລະ ການຮຽນຮູ້ດ້ວຍຕົນເອງ ໂດຍໃຊ້ເນື້ອຫາການຮຽນຮູ້ທີ່ສະໜຸກສະໜານ ຊຶ່ງເໝາະສຳລັບຜູ້ຮຽນລະດັບສູງ ທີ່ຕ້ອງການຊ່ຽວຊານພາສາອັງກິດ. ເທັກໂນໂລຢີດ້ານການສຶກສາລະດັບສູງ ປະສົມປະສານກັບອິດສະລະໃນການຮຽນຮູ້ທາງອອນລາຍ ແລະ ໃນໂຮງຮຽນ ພ້ອມກັບການສະໜັບສະໜູນສ່ວນບຸກຄົນຈາກຈາກທີມງານຂອງພວກເຮົາ. ພວກເຮົາຈະເຮັດໃຫ້ທ່ານເວົ້າພາສາອັງກິດໄດ້ຄ່ອງແຄ້ວຄືກັບເຈົ້າຂອງພາສາເລີຍ!

ພວກເຮົາມີຫຼັກສູດພາສາອັງກິດສຳລັບນັກຮຽນລະດັບສູງ

ຫຼັກສູດຂອງພວກເຮົາ ເປັນຫຼັກສູດສຳລັບທ່ານ ບໍ່ວ່າທ່ານກຳລັງພະຍາຍາມເຮັດໃຫ້ພາສາອັງກິດຂອງທ່ານ ໃຫ້ຄ່ອງແຄ້ວສຳລັບອາຊີບຂອງທ່ານ, ເພື່ອສະໝັກວຽກ ຫຼື ທ່ອງໂລກ.

ມາຝຶກພາສາອັງກິດຂອງທ່ານໃຫ້ສົມບູນແບບໃນມື້ນີ້

ສົນທະນາກັບທີມງານຂອງພວກເຮົາ ແລະ ຈອງສິດ ເພື່ອວັດລະດັບພາສາຂອງທ່ານຟຣີ ແລະ ພວກເຮົາຈະວາງແຜນການຮຽນ ເພື່ອໃຫ້ທ່ານຊ່ຽວຊານໃນພາສາອັງກິດ.

Start learning fluent English