Advanced English students

ຊ່ວຍ​ໃຫ້​ຄົນ​ກ້າວ​ໄປ​ໜ້າ​ກັບ​ພາ​ສາ​ອັງ​ກິດ​ນັບ​ຕັ້ງ​ແຕ່​ປີ 1972

immersive. ປະສົມປະສານ. ບໍ່ກົງກັນ. ປະສົບການການຮຽນຮູ້ພາສາອັງກິດຂອງພວກເຮົາໄດ້ຊ່ວຍໃຫ້ຄົນຫຼາຍລ້ານຄົນໄດ້ຮັບຜົນດີ, ດ້ວຍເງື່ອນໄຂຂອງຕົນເອງ.

ພວກເຮົາຊ່ວຍເຈົ້າໄປຕື່ມອີກໂດຍການກ້າວໄປຂ້າງໜ້າຕົວເຮົາເອງ – ປະດິດສ້າງ ແລະສ້າງວິທີໃໝ່ຢ່າງຕໍ່ເນື່ອງເພື່ອເຮັດໃຫ້ການຮຽນຮູ້ມີຄວາມມ່ວນ, ປ່ຽນແປງໄດ້ ແລະມີປະສິດທິພາບ. ບອກພວກເຮົາຄວາມທະເຍີທະຍານຂອງເຈົ້າແລະພວກເຮົາຈະນໍາເຈົ້າໄປທີ່ນັ້ນ.

ສ້າງຂຶ້ນມາເພື່ອໃຫ້ເປັນຫຼັກສູດທີ່ດີທີ່ສຸດ ໂດຍບຸກຄົນທີ່ເກັ່ງທີ່ສຸດ

ຮັບປະກັນຄວາມກ້າວໜ້າ

ຖ້າທ່ານເຮັດຕາມວິທີການຂອງພວກເຮົາ ທ່ານຈະໄດ້ຮຽນໄດ້ຢ່າງແນ່ນອນ ງ່າຍໆແບບນັ້ນເລີຍ. ພວກເຮົາມີລະບົບການຮຽນຮູ້ຂັ້ນສູງ, ການສະໜັບສະໜູນສະເພາະບຸກຄົນ ແລະ ແຜນການຮຽນທີ່ສອດຄ່ອງກັບມາດຕະຖານສາກົນ. ທ່ານຈະໄດ້ຮັບການຝຶກຝົນ, ແຜນການຮຽນ ແລະ ປະສົບການທີ່ທ່ານຈະຕ້ອງມີ ເພື່ອໃຫ້ທ່ານປະສົບຜົນສຳເລັດ.

ແຜນການຮຽນສະເພາະບຸກຄົນ

ພວກເຮົາອອກແບບຫຼັກສູດຕາມລະດັບ, ຕາຕະລາງ ແລະ ເປົ້າໝາຍຂອງທ່ານ. ທ່ານສາມາດເລີ່ມຮຽນເວລາໃດ, ສະຖານທີ່ໃດກໍໄດ້ຕາມຄວາມຕ້ອງການ ໃນລະດັບທີ່ເໝາະສົມກັບທ່ານ ບໍ່ວ່າທ່ານຈະເລີ່ມຈາກລະດັບເລີ່ມຕົ້ນ ຫຼື ກຳລັງມຸ້ງໝັ້ນໄປສູ່ລະດັບສູງສຸດ.

ຫ້ອງຮຽນແບບຖ່າຍທອດສົດ, ຄູສອນຊັ້ນນຳ

ຄູສອນພາສາອັງກິດທີ່ມີຄຸນວຸດທິສູງ ຈະຊ່ວຍເຮັດໃຫ້ທ່ານມີແຮງຈູງໃຈ ແລະ ຕິດຕາມການຮຽນຂອງທ່ານ ຕະຫຼອດໄລຍະເວລາຂອງການຮຽນຮູ້.

ໂຄສ໌ສ່ວນຕົວ, ການສະໜັບສະໜູນທີ່ເໜືອຊັ້ນ

ນັກຮຽນທຸກຄົນຈະມີໂຄສ໌ສ່ວນຕົວ ໂດຍສະເພາະເມື່ອໃດທີ່ທ່ານຕ້ອງການໃຫ້ພວກເຂົາຊ່ວຍເຫຼືອ, ສະໜັບສະໜູນ ແລະ ກະຕຸ້ນທ່ານ. ທ່ານຈະບໍ່ໄດ້ໂດດດ່ຽວເມື່ອຢູ່ກັບ Wall Street English.

ການຮຽນແບບຍືດຍຸ່ນ, ແບບອອນລາຍ ແລະ ແບບຮຽນດ້ວຍຕົນເອງ

ທ່ານສາມາດເຂົ້າຮ່ວມຮຽນໃນເວລາທີ່ຕ້ອງການ ໃນຮູບແບບທີ່ເໝາະສົມກັບທ່ານ. ເລືອກຮຽນແບບອອນລາຍ. ເລືອກປະສົບການພາຍໃນໂຮງຮຽນ ຫຼື ເລືອກທັງສອງຮູບແບບ ດ້ວຍການເລືອກການຮຽນແບບ Full Access. Wall Street English ຄືການຮຽນຮູ້ແບບຕໍ່ເນື່ອງ ແລະ ຍືດຍຸ່ນ ທັງໝົດນີ້ ລ້ວນແຕ່ຂຶ້ນກັບຄວາມຕ້ອງການຂອງທ່ານ.

ເທັກໂນໂລຢີ ທີ່ໄດ້ຮັບລາງວັນ

ປະສົບການທີ່ປະສານລວມຢ່າງສົມບູນ ຄຶສຸດຍອດຂອງການຮຽນຮູ້ແບບສະເໝືອນຈິງ. ຮຽນ, ຝຶກຝົນ ແລະ ເວົ້າພາສາອັງກິດ ດ້ວຍໜັງສັ້ນເປັນຕອນທີ່ມ່ວນໜ້າຕິດຕາມ, ບົດຝຶກຫັດທີ່ສາມາດໂຕ້ຕອບໄດ້ ດ້ວຍລະບົບການຮັບຮູ້ສຽງແບບອັດຕະໂນມັດ ແລະ ຫ້ອງຮຽນດິຈິຕອລທີ່ອອກແບບມາໂດຍສະເພາະ. ພວກເຮົາມີຊື່ສຽງໃນດ້ານການສະໜັບສະໜູນນັກຮຽນແບບຕົວຕໍ່ຕົວ, ຫ້ອງຮຽນຂະໜາດນ້ອຍ ແລະ ການຮັບປະກັນຜົນລັບ.

50 ປີ ແຫ່ງການກ້າວຕໍ່ໄປ

ທ່ານບໍ່ພຽງແຕ່ຮຽນກັບ Wall Street English ເພື່ອຄວາມມ່ວນຊື່ນເທົ່ານັ້ນ ຫຼື ເພື່ອຜົນລັບທີ່ຮັບປະກັນ, ໄດ້ຮັບການພິສູດຜ່ານຄວາມສຳເລັດມາ 50ປີ ແຕ່ທ່ານຮຽນເພື່ອອະນາຄົດ, ເພື່ອຄວາມຫວັງທີ່ທ່ານມີໃນອະນາຄົດ, ຄວາມໄຝ່ຝັນໃນອາຊີບ, ເປົ້າໝາຍການຮຽນ, ປະສົບການເດີນທາງ ແລະ ໂອກາດໃນຊີວິດ. ທ່ານຮຽນຮູ້ເພື່ອອະນາຄົດຂອງທ່ານ ເພື່ອໃຫ້ທ່ານບັນລຸເປົ້າໝາຍໄດ້ຫຼາຍຂຶ້ນ ແລະ ໄປໄກຍິ່ງຂຶ້​ນ ທັງໃນບ່ອນເຮັດວຽກ, ໃນໂຮງຮຽນ ແລະ ໃນຊີວິດ.

ຫຼາຍກວ່າ 50 ປີ ທີ່ຜ່ານມາ, ທີມງານຂອງພວກເຮົາຊ່ວຍເຫຼືອຜູ້ຄົນຫຼາຍກວ່າ 3 ລ້ານຄົນ ຮຽນພາສາອັງກິດ. ພວກເຮົາໄດ້ເຮັດສິ່ງນີ້ເພາະວ່າຕັ້ງແຕ່ເຮົາເລີ່ມຕົ້ນໃນປີ 1972 ພວກເຮົາມຸ້ງເນັ້ນໄປທີ່ອະນາຄົດ ໂດຍການຄິດລ່ວງໜ້າ ເທັກນິກການຮຽນຮູ້ທີ່ມຸ້ງເນັ້ນໃສ່ອະນາຄົດ ແລະ ນຳເອົາເທັກໂນໂລຢີທີ່ທັນສະໄໝ ເພື່ອເຂົ້າເຖິງຜູ້ຄົນຈຳນວນຫຼາຍຂຶ້ນ. ພວກເຮົາໄດ້ຮຽນຮູ້ຈາກອາດີດ ເພື່ອເຮັດໃຫ້ການສິດສອນໃນອະນາຄົດເຂັ້ມແຂງຍິ່ງຂຶ້ນ.

ແວ່ມາທັກທາຍພວກເຮົາ

ພວກເຮົາມີສູນການຮຽນຮູ້ທີ່ທັນສະໄໝຕັ້ງຢູ່ທົ່ວໂລກ, ມາຢ້ຽມຢາມພວກເຮົາ ແລະ ໃຫ້ພວກເຮົາຊ່ວຍພັດທະນາພາສາອັງກິດຂອງທ່ານໃຫ້ໄປໄກຍິ່ງຂຶ້ນ.

ຊອກຫາສະຖາບັນຂອງພວກເຮົາ

ຮຽນຮູ້ກັບວິທີການທີ່ໄດ້ຮັບລາງວັນ

Wall Street English ໄດ້ຮັບການຍອມຮັບວ່າເປັນໜຶງໃນແບຣນດ໌ການສຶກສາພາສາອັງກິດທີ່ດີທີ່ສຸດໃນໂລກ. ນີ້ເປັນພຽງສ່ວນໜຶ່ງຂອງລາງວັນ ແລະ ການຮັບຮອງຕ່າງໆທີ່ພວກເຮົາໄດ້ຮັບຈົນເຖິງປະຈຸບັນ.

ສະຖາບັນສອນພາສາອັງກິດລະດັບພຣີມຽມ

ສາກົນ

  • ລາງວັນໜັງສັ້ນດ້ານການສຶກສາແບບດິຈິຕອນທີ່ດີທີ່ສຸດ, ລາງວັນອິມແພັກ ຈາກສະມາຄົມການຕະຫຼາດອິນເຕີເນັດ
  • ແພລຕຟອຮ໌ມການສຶກສາແຫ່ງປີ, ນັກລົງທຶນດ້ານການສຶກສາອາຊີ (2019)

ເຄືອຂ່າຍລະດັບສາກົນ

ຝຣັ່ງ

  • ໂຫວດໃຫ້ເປັນສະຖາບັນສອນພາສາອັງກິດທີ່ດີທີ່ສຸດໃນປະເທດຝຣັ່ງ ໃນບົດສຳຫຼວດ ໂດຍ Le Point ຊຶ່ງຮ່ວມມືກັບ Statista.

ປອກຕຸຍການ

  • ລາງວັນຫ້າດາວ (Prémo Cinco Estrelas): ລາງວັນເອກະລາດມອບໂດຍ Cinco Estrelas, ໜ່ວຍງານວິໄຈຄົ້ນຄວ້າຜູ້ບໍລິໂພກຂອງປອກຕຸຍການ.

ການເຮັດວຽກກັບ Wall Street English

ທ່ານກຳລັງຊອກຫາໂອກາດ ເພື່ອຄວາມກ້າວໜ້າໃນອາຊີບຂອງທ່ານບໍ່? ພວກເຮົາຊອກຫາ ຄູສອນພາສາອັງກິດທີ່ມີຄຸນວຸດທິສູງ ແລະ ພະນັກງານຕ້ອນຮັບ, ເຈົ້າໜ້າທີ່ໃຫ້ຄຳປຶກສາດ້ານການສຶກສາ ແລະ ໂຄສ໌ສ່ວນຕົວ ບໍ່ວ່າທ່ານກຳລັງຊອກຫາຫຍັງຢູ່ ຖ້າທ່ານຢາກຊ່ວຍໃຫ້ຜູ້ຄົນກ້າວໜ້າດ້ວຍພາສາອັງກິດ ພວກເຮົາຢາກພົບກັບທ່ານ.

Wall Street English Teacher

ຄູສອນທີ່ຜ່ານການຮັບຮອງ. ໂຄສ໌ສ່ວນຕົວ. ການຮຽນຮູ້ແບບສະເໝືອນຈິງ. ຮັບປະກັນຜົນລັບ. Wall Street English: ກ້າວໄປຕໍ່.