English for beginners

ຫຼັກສູດພາສາອັງກິດສຳລັບສຳລັບຜູ້ເລີ່ມຕົ້ນ ລວມມີ 4 ທັກສະຫຼັກທີ່ຈຳເປັນຕໍ່ການຮຽນຮູ້ພາສາອັງກິດໃຫ້ຊ່ຽວຊານຄື ການຟັງ, ເວົ້າ, ອ່ານ ແລະ ຂຽນ.

ລະດັບເລີ່ມຕົ້ນ - Beginner

ໃນລະດັບນີ້ ທ່ານສາມາດໃຊ້ພາສາອັງກິດໃນສະຖານະການພື້ນຖານເມື່ອທ່ານເດີນທາງ. ທ່ານບໍ່ມີລະດັບພາສາອັງກິດບໍ່ພຽງພໍ ທີ່ຈະເຮັດວຽກ ຫຼື ຮຽນ ແຕ່ທ່ານສາມາດສົນທະນາກັບຄົນອື່ນໄດ້ແບບງ່າຍໆ ຖ້າພວກເຂົາເວົ້າແບບຊ້າໆ ແລະ ງ່າຍໆ.

ລະດັບພື້ນຖານ - Elementary

ໃນລະດັບນີ້ທ່ານຈະຮູ້ສຶກສະບາຍໃຈ ໃນຖານະນັກທ່ອງທ່ຽວໃນສະຖານະການສ່ວນໃຫຍ່ ແລະ ທ່ານສາມາດເຂົ້າສັງຄົມກັບຄົນທີ່ເວົ້າພາສາອັງກິດໄດ້. ທ່ານສາມາດໃຊ້ພາສາອັງກິດໃນສະຖານທີເຮັດວຽກໃນບາງສະຖານະການ ຂຶ້ນກັບວ່າສິ່ງທີ່ທ່ານເວົ້າເຖິງນັ້ນ ເປັນສິ່ງທີ່ທ່ານຄຸ້ນເຄີຍ ແລະ ທ່ານສາມາດນຳໃຊ້ພາສາອັງກິດໃນການສ້າງເຄືອຂ່າຍ. ທ່ານບໍ່ສາມາດຮຽນເປັນພາສາອັງກິດ ແຕ່ຈະສາມາດເຂົ້າໃຈບາງເນື້ອຫາ ແລະ ຂໍ້ຄວາມສັ້ນໆ ຖ້າຫາກທ່ານຄຸ້ນເຄີຍກັບຫົວຂໍ້ນັ້ນ.

ທົດສອບລະດັບພາສາອັງກິດຂອງທ່ານ

ວັດລະດັບພາສາອັງກິດຂອງທ່ານກັບບົດທົດສອບພາສາອັງກິດລະດັບພື້ນຖານ. ຮັບຜົນທົດສອບທາງອີເມວທັນທີ.

ວິທີທີ່ຜ່ານການພິສູດມາແລ້ວ ພ້ອມຮັບປະກັນຜົນລັບ

ວິທີການຂອງພວກເຮົາປະສົມປະສານລະຫວ່າງການສອນໃນຫ້ອງຮຽນ ແລະ ການຮຽນຮູ້ດ້ວຍຕົນເອງ ໂດຍໃຊ້ເນື້ອຫາການຮຽນຮູ້ທີ່ສະໜຸກສະໜານ ຊຶ່ງເໝາະສຳລັບຜູ້ຮຽນລະດັບສູງ ທີ່ຕ້ອງການຊ່ຽວຊານພາສາອັງກິດ. ເທັກໂນໂລຢີດ້ານການສຶກສາລະດັບສູງ ປະສົມປະສານກັບອິດສະລະໃນການຮຽນຮູ້ທາງອອນລາຍ ແລະ ໃນໂຮງຮຽນ ພ້ອມກັບການສະໜັບສະໜູນສ່ວນບຸກຄົນຈາກຈາກທີມງານຂອງພວກເຮົາ.

ພວກເຮົາມີຫຼັກສູດພາສາອັງກິດສຳລັບທ່ານ

ຫຼັກສູດຂອງພວກເຮົາ ເປັນຫຼັກສູດສຳລັບທ່ານ ບໍ່ວ່າທ່ານກຳລັງພະຍາຍາມເຮັດໃຫ້ພາສາອັງກິດຂອງທ່ານ ໃຫ້ຄ່ອງແຄ້ວສຳລັບອາຊີບຂອງທ່ານ, ເພື່ອສະໝັກວຽກ ຫຼື ທ່ອງໂລກ.